LAO LOTTERY

ປະຫວັດຄວາມເປັນມາ

ປີ 2002 ບັນດາຕົວແທນຈໍາໜ່າຍຫວຍພັດທະນາຢູ່ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດ ແມ່ນປະຕິບັດຕາມສັນຍາຊື້ - ຂາຍຍົກຂາດຕົວໃບຫວຍພັດທະນາທຸກປະເພດ ໂດຍກົງກັບລັດວິສາຫະກິດ ຫວຍພັດທະນາ, ມີຄວາມຮັບຜິດຊອບຂາດຕົວທາງດ້ານລາຍຮັບ - ລາຍຈ່າຍ ກໍາໄລ - ຂາດທຶນຂອງແຕ່ລະທ້ອງຖິ່ນ ດ້ວຍຕົນເອງ ແລະ ນອກຈາກຜະລິດຕະພັນເກົ່າແລ້ວ ກໍເລີ່ມວາງຈໍາໜ່າຍຜະລິດຕະພັນໃໝ່ ຈົນມາເຖິງປັດຈຸບັນ ເຊັ່ນ: ຫວຍໂລໂຕ 5 ໂຕລຽນ, ໂລໂຕ 5/32 (1-2-3), ໂລໂຕ 5/21, ຫວຍຂູດ, ຫວຍເລກ 2 ໂຕ 3 ໂຕ ອອນໄລທ໌ ແບບດິຈິຕອລ ແບບຜ່ານຂໍ້ຄວາມຜ່ານມືຖື, 4 ໂຕລຽນ ແບບທັນສະໄໝ ແລະ ເລກໂຕດຽວ ໂດຍມີທ່ານ ນາງ ວັນຄຳ ວົງດາລາ ເປັນຜູ້ອໍານວຍການ ຈົນຮອດປີ 2009.

ປີ 2011 ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຊ, ລົງ ວັນທີ 9 ພະຈິກ 2005 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການດໍາເນີນກິດຈະການຫວຍ ຈຶ່ງໄດ້ປ່ຽນ ຊື່ເກົ່າຈາກ ລັດວິສາຫະກິດ ຫວຍພັດທະນາ ມາເປັນ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະ ໄດ້ມີການຂຶ້ນທະບຽນວິ ສາຫະກິດໃຫ້ບັນດາຕົວແທນຈຳໜ່າຍໃບຫວຍພັດທະນາໃນຂອບເຂດທົ່ວປະເທດ ເພື່ອໃຫ້ແທດເໝາະກັບສະພາບ ການຕົວຈິງ ຊຶ່ງມີທ່ານ ຄໍາເພັງ ທິນນະກອນ ເປັນຜູ້ອໍານວຍການມາຈົນເຖິງປັດຈຸບັນ.


ຄະນະອໍານວຍການ ແລະ ພະນັກງານ - ກໍາມະກອນບໍລິສັດລັດວິສາຫະກິດຫວຍພັດທະນາ (ປີ 2009 - ປັດຈຸບັນ).