LAO LOTTERY

ປະຫວັດຄວາມເປັນມາ

ປີ 1997 ຄະນະຫວຍພັດທະນາ ໄດ້ປ່ຽນຊື່ໃໝ່ ເປັນລັດວິສາຫະກິດຫວຍພັດທະນາຕາມແຈ້ງການ ສະບັບເລກທີ 502/ສຫນຍ ລົງວັນທີ 28 ມີນາ 1997 ຊຶ່ງເຮັດໃຫ້ຫວຍພັດທະນາເປັນວິສາຫະກິດຂອງລັດ (ລັດ ວິສາຫະກິດ)ໄລຍະນີ້ ແມ່ນ ທ່ານ ວັນຄຳ ແກ້ວພັນດີ ເປັນຜູ້ອໍານວຍການ ແລະ ມີຜະລິດຕະພັນອອກສູ່ສັງຄົມ ແມ່ນເລກ 2 ໂຕ, 3 ໂຕ ແບບຈີກຂາຍ.

ປີ 2000 ໂດຍປະຕິບັດຕາມຄໍາສັ່ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ ສະບັບເລກທີ 1842/ກງ, ລົງວັນທີ 28 ພະຈິກ 2000 ໃຫ້ຫັນທຸລະກິດຫວຍພັດທະນາ ຂຶ້ນກັບການຄຸ້ມຄອງ ໂດຍກົງຂອງລັດຂັ້ນແຂວງ ແລະ ເມືອງ ດັ່ງນັ້ນ, ການດຳເນີນທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາ ຈຶ່ງມີການປັບປຸງຄືນໃໝ່ ໂດຍນໍາໃຊ້ຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມ ໂດຍມີທ່ານ ສຽວສະຫວາດ ຊົງວິໄລ ເປັນຜູ້ອໍານວຍການ.