LAO LOTTERY

ປະຫວັດຄວາມເປັນມາ

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍມາໄລຍະໜຶ່ງ ຈົນມາຮອດຊຸມປີ 1980 ໄດ້ມີການສຶກສາຄົ້ນຄວ້າ ຄວາມເປັນໄປໄດ້ ລວມໄປເຖິງຮູບແບບ, ວິທີການ ແລະ ລະບຽບຄຸ້ມຄອງກ່ຽວກັບຫວຍພັດທະນາ ຕົກມາຮອດຊຸມປີ 1982 ກໍໄດ້ມີການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍແມ່ນ ທ່ານ ປະທານ ໄກສອນ ພົມວິຫານ ວິລະບູລຸດ ຜູ້ ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ເປັນຜູ້ອະນຸມັດໃຫ້ສ້າງຕັ້ງຂຶ້ນ ຕາມມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 347/ປສລ, ລົງວັນທີ 14 ທັນວາ 1982 ຫຼັງຈາກນັ້ນ ກໍໄດ້ດຳເນີນກິດຈະການຫວຍພັດທະນາເປັນ ຕົ້ນມາຈົນຮອດປັດຈຸບັນ.
      ຫົວໜ້າຄະນະໃນສະໄໝນັ້ນແມ່ນທ່ານ ສະນິດ ສີຈະເລີນ ພ້ອມດ້ວຍຄະນະອໍານວຍການ, ພະແນກການ ແລະ ພະນັກງານວິຊາການ ຊຶ່ງມີຊື່ເອີ້ນວ່າ:ຄະນະຫວຍພັດທະນາ.

(ຄະນະຫວຍພັດທະນາ ແຕ່ງຕັ້ງໂດຍກະຊວງການເງິນໃຫ້ເຄື່ອນໄຫວກິດຈະການຫວຍພັດທະນາ)

ຄະນະດັ່ງກ່າວ ມີໜ້າທີ່ໃນການຈັດຕັ້ງປະຕິບັດຕາມມະຕິຂໍ້ຕົກລົງ ຂອງຂັ້ນເທິງແຕ່ລະໄລຍະໂດຍມີການ ອອກແບບ-ຈັດພິມ, ຈໍາໜ່າຍໃບຫວຍ ແລະ ເບີກຈ່າຍລາງວັນໃຫ້ແກ່ຜູ້ໂຊກດີຖືກລາງວັນ ລວມໄປເຖິງການຈັດ ເວທີການອອກລາງວັນ ແລະ ການແຕ່ງຕັ້ງ-ເຊື້ອເຊີນຄະນະກຳມະການຄຸ້ມຄອງການອອກເລກລາງວັນແຕ່ລະຄັ້ງ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໂປ່ງໃສໃຫ້ກັບມະຫາຊົນ ຈຶ່ງໄດ້ມີການເຊີນຈາກຫຼາຍພາກສ່ວນຂອງອົງການລັດ ເພື່ອເຂົ້າຮ່ວມພິທີອອກເລກລາງວັນ ຊຶ່ງຕາງໜ້າຈາກພາກສ່ວນຕ່າງໆ ຂອງລັດ ໃນໄລຍະນັ້ນປະກອບດ້ວຍ: ກະ ຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ, ສູນກາງກຳມະບານ, ສູນກາງສະຫະພັນແມ່ຍິງ, ນັກຂ່າວຈາກໜັງສືພິມປະຊາຊົນ ແລະ ໜັງສືພິມວຽງຈັນໃໝ່.