LAO LOTTERY

ໜ້າທີ, ພາລະບົດບາດ

ບົດບາດຕົ້ນຕໍຂອງ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ມີ 3 ພາລະກິດຕົ້ນຕໍຄື:

  1. ພິມ-ຈຳໜ່າຍໃບຫວຍທຸກປະເພດ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງທຸກຊັ້ນຄົນໃນສັງຄົມຜູ້ມັກ ສ່ຽງໂຊກ - ຊີງລາງວັນກັບຫວຍພັດທະນາທີ່ຖືກຕ້ອງຕາມລະບຽບ ກົດໝາຍ, ຮັບປະກັນການເບີກຈ່າຍ ລາງວັນ ແລະ ປະກອບສ່ວນເຂົ້າໃນການສະກັດກັ້ນການແຜ່ລາມຂອງຫວຍເຖື່ອນ.
  2. ປະກອບສ່ວນດຶງດູດເອົາເງິນສົດທີ່ຈໍລະຈອນຢູ່ໃນທ້ອງຕະຫຼາດກັບເຂົ້າສູ່ລະບົບການເງິນ, ທະນາຄານຂອງລັດ ແລະ ເພີ່ມລາຍຮັບໃຫ້ແກ່ງົບປະມານແນໃສ່ຮັບໃຊ້ໃຫ້ແກ່ສາທາລະນະປະໂຫຍດລວມຂອງຊາດ.
  3. ປະກອບສ່ວນສ້າງວຽກ ແລະ ລາຍໄດ້ໃຫ້ແກ່ສະມາຊິກທີ່ຂາຍໃບຫວຍ ແລະ ຜູ້ໂຊກດີຖືກລາງວັນຕາມຄວາມ ເໝາະສົມ.