Results-LAO LOTTERY

ຂັ້ນຕອນການອອກເລກລາງວັນຫວຍເລກ 4 ໂຕ

ນຳໃຊ້ອຸປະກອນໜ່ວຍຕຸ້ມ 5 ໜ່ວຍ. ໃນນັ້ນ, ມີ 1 ໜ່ວຍຕຸ້ມເປັນໜ່ວຍຕຸ້ມພິເສດ. ສ່ວນອີກ 4 ໜ່ວຍຕຸ້ມແມ່ນເພື່ອສ່ຽງເອົາໜ່ວຍບານ ໜ່ວຍຕຸ້ມລະ 1 ໜ່ວຍບານ,ຫລັງຈາກນັ້ນ ຈະນຳໄປບັນຈຸໃສ່ໜ່ວຍຕຸ້ມພິເສດ ຂັ້ນຕອນມີຄືດັ່ງນີ້ :
  1. ຄະນະກຳມະການຕິດຊັ່ງນ້ຳໜັກໜ່ວຍບານໝາຍເລກ ພ້ອມດ້ວຍເປືອກຫຸ້ມ.
  2. ຄະນະກຳມະການນຳໜ່ວຍບານໄປຈັດລຽງໄວ້ຢູ່ບ່ອນຮອງຮັບຂອງແຕ່ລະໜ່ວຍຕູ້ມ.
  3. ຄະນະກຳມະການກວດກາຄວາມພ້ອມຂອງອຸປະກອນແຕ່ລະປະເພດ.
  4. ພະນັກງານອອກເລກລາງວັນຈົກສ່ຽງເລກບັດປະຈຳຕຳແໜ່ງແລ້ວໄປປະຈຳໜ້າທີ່ຢູ່ແຕ່ລະໜ່ວຍຕຸ້ມຕາມຕຳແໜ່ງທີ່ສ່ຽງໄດ້.
  5. ພະນັກງານອອກເລກລາງວັນສະແດງໜ່ວຍບານໝາຍເລກຕາມລຳດັບແຕ່ 1 ຫາ 0 ແລະບັນຈຸ ໃສ່ເຂົ້າໜ່ວຍຕຸ້ມ.
  6. ຄະນະກຳມະການຮ່ວມກິດຈະກຳ ເພື່ອສ່ຽງເອົາໜ່ວຍບານພຽງ 1 ໜ່ວຍບານຈາກແຕ່ລະ ໜ່ວຍຕຸ້ມ.
  7. ພະນັກງານອອກເລກລາງວັນນຳໜ່ວຍບານທີ່ໄດ້ຈາກແຕ່ລະໜ່ວຍຕຸ້ມ ມາບັນຈຸເຂົ້າໃສ່ ໜ່ວຍຕຸ້ມພິເສດ.
  8. ການສ່ຽງເລກປະຈຳຫລັກ ເພື່ອໃຫ້ພະນັກງານອອກເລກລາງວັນ ແລະຄະນະກຳມະການທີ່ ປະຈຳຫລັກໄປສ່ຽງເອົາໜ່ວຍບານຢູ່ໜ່ວຍຕຸ້ມພິເສດ. ( ເຊີນຄະນະກຳມະການສ່ຽງໝາຍເລກປະຈຳຫລັກ )
  9. ຄະນະກຳມະການສ່ຽງເອົາໜ່ວຍບານອອກຈາກໜ່ວຍຕູ້ມພີເສດ.
  10. ພະນັກງານອອກເລກລາງວັນ ສະແດງຜົນອອກເລກລາງວັນ.

ຂັ້ນຕອນການອອກເລກລາງວັນຫວຍເລກ 5 ໂຕ

ນຳໃຊ້ອຸປະກອນອອກເລກລາງວັນ 2 ຊຸດ, ຊຸດວົງລໍ້ຈຳນວນ 5 ວົງລໍ້ ແລະຊຸດ ໜ່ວຍຕຸ້ມຈຳນວນ 5 ໜ່ວຍຕຸ້ມ. ຊຸດວົງລໍ້ນຳໃຊ້ອອກລາງວັນທີນ້ອຍສຸດ ຫາລາງວັນທີ 2 ແລະຊຸດອຸປະກອນໜ່ວຍຕຸ້ມນຳໃຊ້ສະເພາະອອກລາງວັນທີ 1 ເທົ່ານັ້ນ:
  1. ຄະນະກຳມະການຕິດຊັ່ງນ້ຳໜັກໜ່ວຍບານໝາຍເລກ ພ້ອມດ້ວຍເປືອກຫຸ້ມ.
  2. ຄະນະກຳມະການກວດກາຄວາມພ້ອມຂອງອຸປະກອນແຕ່ລະປະເພດ.
  3. ພະນັກງານອອກເລກລາງວັນຈົກສ່ຽງເລກບັດປະຈຳຕຳແໜ່ງແລ້ວໄປປະຈຳໜ້າທີ່ຢູ່ແຕ່ລະວົງລໍ້ຕາມຕຳແໜ່ງທີ່ສ່ຽງໄດ້.
  4. ພະນັກງານອອກເລກລາງວັນໝູນວົງລໍ້ເພື່ອອອກລາງວັນທີ ທີ່ນ້ອຍສຸດ ຫາລາງວັນທີ 2