LAO LOTTERY

ປະຫວັດຄວາມເປັນມາ

ປີ 1983 ສະພາລັດຖະມົນຕີໄດ້ຕົກລົງໃຫ້ຄະນະຫວຍພັດທະນາ ພິມໃບຫວຍອອກຈຳໜ່າຍ ເລີ່ມໄຕ ມາດທີ I ເປັນຕົ້ນໄປ ໃນເອກະສານສະບັບເລກທີ 347/ປສລ, ລົງວັນທີ 14 ທັນວາ 1982. ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ ແລະ ໃນວັນດຽວກັນ ຈຶ່ງໄດ້ຖືເອົາວັນທີ 14 ທັນວາ 1982 ເປັນວັນສ້າງຕັ້ງຂອງ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເປັນຕົ້ນມາ ຊຶ່ງຜະລິດຕະພັນອອກສູ່ສັງຄົມໄລຍະນັ້ນແມ່ນເລກ 5 ໂຕ (ແບບຈີກ) ລາຄາໃບລະ 10, 20, 50, 100 ແລະ 500 ກີບ.

ປີ 1986 ການເຄື່ອນໄຫວກິດຈະການຫວຍໄດ້ທົດລອງຫັນໄປສູ່ການໄລ່ລຽງເສດຖະກິດທາງດ້ານການ ເງິນມີຄວາມຮັບຜິດຊອບດ້ວຍຕົນເອງ ທັງດ້ານລາຍຮັບ - ລາຍຈ່າຍ ກໍາໄລ - ຂາດທຶນ ໃນຂອບເຂດທົ່ວປະເທດ ຕາມມະຕິຕົກລົງຂອງກະຊວງການເງິນ ສະບັບເລກທີ 107/ກງ, ລົງວັນທີ 24 ພະຈິກ 1986.