LAO LOTTERY

ລາຍລະອຽດ

ດຳເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະໜ່ວຍພັກ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ

ໃນທ່າມກາງທີ່ທົ່ວຄະນະພັກກະຊວງການເງິນພວມຕັ້ງໜ້າຜັນຂະຫຍາຍ ແລະຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງພັກປະຊາຊົນປະຕິວັດລາວ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງ ອົງຄະນະພັກກະຊວງການເງິນ ໃນວັນທີ 16 ມິຖຸນາ 2017 ຢູ່ທີ່ສຳນັກງານໃຫຍ່ບໍລິສັດລັດວິສາຫະກິດຫວຍພັດທະນາໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງປັບປຸງປົວແປງພັກຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄຸນຍົນ ຄຳມະນີ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະພະນັກງານກະຊວງການເງິນ ຄະນະຮັບຜິດຊອບຊີ້ນຳບັ້ນດຳເນີນຊີວິດການເມືອງ ມີສະຫາຍ ຄຳເພັງ ທິນນະກອນ ເລຂາໜ່ວຍພັກ ຜູ້ອຳນຍການໃຫຍ່ ບໍລິສັດລັດວິສາຫະກິດຫວຍພັດທະນາ ມີສະຫາຍຮອງເລຂາ ພ້ອມດ້ວຍສະມາຊິກພັກສົມບູນ ທົ່ວບໍລິສັດລັດວິສາຫະກິຫວຍພັດທະນາເຂົ້າຮ່ວມ. ໃນກອງປະຊຸມສະຫາຍ ສຸບັນ ເພຍສັກຂາ ຮອງເລຂາໜ່ວຍພັກ ຮອງຜູ້ອຳນວຍການ ໄດ້ ຜ່ານບົດສະຫລຸບຕີລາຄາຄວາມຮັບຜິດຊອບລວມຂອງໜ່ວຍພັກ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍບໍລິສັດລັດວິສາຫະກິດຫວຍພັດທະນາ ແລະມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງການເງິນ. ໂດຍສະເພາະການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ສາມາດປະຕິບັດບັນລຸໄດ້ແຜນການທີ່ສະພາບໍລິຫານຮັບຮອງໄວ້ ເປັນຕົ້ນ: ວຽກງານປັບປຸງກຳນົດມື້ອອກເລກລາງວັນຈາກ 3 ຄັ້ງ/ອາທິດ ມາເປັນ 2 ຄັ້ງ/ ອາທິດ ໂດຍກຳນົດເອົາວັນຈັນ ແລະວັນພະຫັດເປັນມື້ອອກເລກລາງວັນ ນັບແຕ່ເວລາ 20:00 ໂມງເປັນຕົ້ນໄປ (ກໍລະນີມື້ອອກເລກລາງວັນຫາກກົງກັບມື້ພັກລັດຖະການແມ່ນຈະເລື່ອນໄປໃສ່ມື້ໃໝ່ຕາມຄວາມເໝາະສົມ); ວຽກງານຫັນການຈຳໜ່າຍເລກ 3 ໂຕ 2 ໂຕ ແບບຈົດຂາຍມາເປັນແບບທັນສະໄໝສຳເລັດໃນຂອບເຂດທົ່ວປະເທດ ນັບແຕ່ເດືອນທັນວາ 2016 ເປັນຕົ້ນໄປ; ວຽກງານການໂຄສະນາ ໄດ້ຈັດຕັ້ງການຖ່າຍທອດສົດການອອກເລກລາງວັນທາງໂທລະພາບທຸກໆຄັ້ງໃຫ້ມວນຊົນໄດ້ເບິ່ງ ແລະຕິດຕາມພາບການອອກເລກລາງວັນຕົວຈິງ ເພື່ອແກ້ໄຂບັນຫາຄວາມສົນໃຈ ເປັນການສະແດງຄວາມໂປ່ງໃສໃນການອອກເລກລາງວັນ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ເຮັດໃຫ້ສັງຄົມມີຄວາມສະຫງົບປົກກະຕິ. ການປະຕິບັດວຽກງານການເງິນ (ລາຍຮັບ-ລາຍຈ່າຍ ກຳໄລລວມ ແລະການປະຕິບັດພັນທະງົບປະມານ) ປະຈຳປີ 20152016 ແລະ 4 ເດືອນຕົ້ນປີ 2017 ລວມຍອດລາຍຮັບປະຕິບັດໄດ້ 29928 ຕື້ກວ່າກີບ ກຳໄລລວມ 17198 ຕື້ກວ່າກີບ ດ້ານພັນທະງົບປະມານມອບໃຫ້ລັດໄດ້ 17878 ຕື້ກວ່າກີບ. ໄປຄຽງຄູ່ກັບການເອົາໃຈໃສ່ໃນການເຄື່ອນໄຫວທຸລະກິດແລ້ວ ບໍລິສັດລັດວິສາຫະກິດຫວຍພັດທະນາກໍຍັງໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫລືອສັງຄົມມາໂດຍຕະຫລອດ ລວມມູນຄ່າຫລາຍຮ້ອຍລ້ານກີບ. ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນໜ່ວຍພັກຄັ້ງນີ້ ໄດ້ມີການຂຽນບົດສຳຫລວດ ປະກອບຄຳເຫັນຕໍ່ບົດສະຫລຸບຕີລາລາຄາຊີ້ນຳ-ນຳພາຂອງໜ່ວຍພັກ ຜ່ານບົດສຳຫລວດບຸກຄົນ. ໃນໂອກາດດຽວກັນສະຫາຍຄຸນຍົນ ຄຳມະນີ ຄະນະພັກກະຊວງການເງິນ ໄດ້ຍ້ອງຍໍຊົມເຊີຍດ້ານດີ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະເນັ້ນໃຫ້ໜ່ວຍພັກສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ສຸມໃສ່ການສຳຫລວດກວດກາປະເມີນຜົນຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານ ແລະສືບຕໍ່ຊີ້ນຳ-ນຳພາໜ່ວຍພັກໃຫ້ມີຄວາມປອດໃສ ໜັກແໜ້ນ ແລະເຂັ້ມແຂງ.

ຂຽນໂດຍທ່ານ admin
ເຜີຍແຜ່ວັນທີ່[2017-07-04 10:18:21]