LAO LOTTERY

ລາຍລະອຽດ

6 ເດືອນຕົ້ນປີ 2017 ຫວຍພັດທະນາມອບພັນທະໄດ້ເກີນແຜນການ

ບໍລິສັດລັດວິສາຫະກິດຫວຍພັດທະນາ ແມ່ນຫົວໜ່ວຍທຸລະກິດໜຶ່ງຂອງລັດ ມີການຈັດຕັ້ງຂຶ້ນກັບກະຊວງການເງິນໂດຍກົງ ສຳລັບການເຄື່ອນໄຫວໃນການຄຸ້ມຄອງການຈຳໜ່າຍຫວຍທຸກປະເພດ ຢູ່ທ້ອງຖິ່ນຂັ້ນນະຄອນຫລວງ ແຂວງ ຫລືເມືອງ ຂຶ້ນກັບພະແນກການເງິນແຂວງ ນະຄອນຫລວງ ຫລື ຫ້ອງການການເງິນເມືອງ ໂດຍມີຄະນະກຳມະການຄຸ້ມຄອງການອອກເລກລາງວັນ ປະຈຳຢູ່ແຕ່ລະແຂວງ ຫລືເມືອງ. ບໍລິສັດໄດ້ເອົາໃຈໃສ່ໃນການພິມ-ຈຳໜ່າຍໃບຫວຍ ຕອບສະໜອງຄວາມຕ້ອງການຜູ້ມັກສ່ຽງໂຊກ-ຊິງລາງວັນ ຈັດຕັ້ງການອອກເລກລາງວັນ ໂດຍມີການເຂົ້າຮ່ວມຂອງຄະນະກຳມະ ການທີ່ມາຈາກ 7 ພາກສ່ວນອ້ອມຂ້າງສູນກາງ ພ້ອມທັງຖ່າຍທອດສົດທາງໂທລະພາບ ແລະວິທະຍຸກະຈາຍສຽງແຫ່ງຊາດ ເພື່ອໃຫ້ຜູ້ທີ່ສົນໃຈໄດ້ຕິດຕາມກິດຈະກຳການອອກຫວຍດ້ວຍຄວາມໂປ່ງໃສ ການຈຳໜ່າຍຜະລິດຕະພັນຫວຍທຸກຊະນິດແມ່ນຂາຍທົ່ວໄປ ໃຫ້ປະຊາຊົນໄດ້ຜ່ອນຄາຍອາລົມ ໃນ ການສ່ຽງໂຊກ-ຊິງລາງວັນດ້ວຍຄວາມສະໝັກໃຈ ແລະອີກດ້ານໜຶ່ງ ກໍເພື່ອຈຳກັດການພະນັນຕ່າງໆ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຜ່ານການດຳເນີນທຸລະກິດຫວຍພັດທະນາໃນໄລຍະ 6 ເດືອນ (1-6) ຕົ້ນປີ 2017 ທີ່ໄດ້ລາຍງານຕໍ່ກອງປະຊຸມສະພາບໍລິຫານບໍ່ດົນມານີ້ເຫັນວ່າ: ລວມຍອດຕົວເລກລາຍຮັບຄາດຄະເນປະຕິບັດໄດ້ 6272 ຕຶ້ກວ່າກີບ ເທົ່າກັບ 14079% ຂອງແຜນການ; ກຳໄລ 4625 ຕື້ກວ່າກີບ ເທົ່າກັບ 14713% ຂອງແຜນການ; ດ້ານພັນທະງົບປະມານມອບໃຫ້ລັດຕາມລະບຽບການ ເທົ່າກັບ 3847 ຕື້ກວ່າກີບ ຫລືເທົ່າກັບ 14279% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 10873% ເພີ້ມຂຶ້ນ 0873%. ໄປຄຽງຄູ່ກັບການເອົາໃຈໃສ່ໃນການເຄື່ອນໄຫວທຸລະກິດແລ້ວ ບໍລິສັດລັດວິສາຫະກິດຫວຍພັດທະນາກໍຍັງໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫລືອສັງຄົມມາໂດຍຕະຫລອດ ລວມມູນຄ່າຫລາຍຮ້ອຍລ້ານກີບ. ທິດທາງໃນຕໍ່ໜ້າ ບໍລິສັດລັດວິສາຫະກິດຫວຍພັດທະນາ ຈະສືບຕໍ່ຫັນການຈຳໜ່າຍສູ່ທັນສະ ໄໝສູ້ຊົນຈັດຕັ້ງປະຕິບັດແຜນການ ດຳເນີນທຸລະກິດໃຫ້ໄດ້ ບັນລຸຕາມຄາດໝາຍທີ່ສະພາບໍລິຫານໄດ້ຮັບຮອງໄວ້ ແລະຈະໄດ້ເອົາໃຈໃສ່ເພີ້ມທະວີຕິດຕາມກວດກາການຈຳໜ່າຍໃບຫວຍຂອງບັນດາຕົວແທນຈຳໜ່າຍໃຫ້ຖືກຕ້ອງ ຕາມລະບຽບການຂອງກະຊວງການເງິນກຳນົດໄວ້ ແລະຂໍສະເໜີແນະນຳແກ່ຜູ້ທີ່ມັກສ່ຽງໂຊກ ຊິງລາງວັນ ດ້ວຍຄວາມສະໝັກໃຈ ເປັນການຜ່ອນຄາຍອາລົມ ແລະສ່ຽງໂຊກໃນຈຳນວນທີ່ ເໝາະສົມກັບລາຍຮັບຂອງຕົນ ເພື່ອບໍ່ໃຫ້ເກີດໜີ້ສິນແກ່ຕົນເອງ ແລະຄອບຄົວ.

ຂຽນໂດຍທ່ານ admin
ເຜີຍແຜ່ວັນທີ່[2017-07-04 10:12:55]