LAO LOTTERY

ລາຍລະອຽດ

ປີ 2016 ຫວຍພັດທະນາມອບພັນທະງົບປະມານ 84 ຕື້ກວ່າກີບ

ບໍລິສັດລັດວິສາຫະກິດຫວຍພັດທະນາແມ່ນຫົວໜ່ວຍທຸລະກິດໜຶ່ງ ທີ່ໄດ້ຮັບການເອົາໃຈໃສ່ຢ່າງໃກ້ຊິດ ຈາກຂັ້ນເທິງກໍຄືກະຊວງການເງິນ ສຳລັບຢູ່ທ້ອງຖິ່ນແມ່ນພະແນກການເງິນແຂວງ ຫລືຫ້ອງການການເງິນເມືອງ ໄດ້ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວ ແລະບັນດາຕົວແທນຈຳໜ່າຍດຳເນີນທຸລະກິດຢ່າງຖືກຕ້ອງຕາມລະບຽບ ຫລັກການ ເຮັດໃຫ້ການເຄື່ອນໄຫວທຸລະກິດຫວຍພັດທະນາມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ສົ່ງຜົນໃຫ້ ບໍລິສັດສາມາດສ້າງລາຍຮັບເຂົ້າງົບປະມານປີໜຶ່ງໄດ້ຫລາຍຕື້ກີບ ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງຊາດໄດ້ຫລາຍສົມຄວນ. ໃນປີ 2016 ຜ່ານມາບໍລິສັດລັດວິສາຫະກິດຫວຍພັດທະນາ ໄດ້ສຳເລັດ ແຜນການຫລາຍດ້ານເຊັ່ນ: ວຽກງານປັບປຸງກຳນົດມື້ອອກເລກລາງວັນຈາກ 3 ຄັ້ງ/ອາທິດ ມາເປັນ 2 ຄັ້ງ/ ອາທິດ ໂດຍກຳນົດເອົາວັນຈັນ ແລະວັນພະຫັດ ເປັນມື້ອອກເລກລາງວັນ ໃນເວລາ 20:00 ໂມງ (ກໍລະນີມື້ ອອກເລກລາງວັນຫາກກົງກັບມື້ພັກລັດຖະການ ແມ່ນຈະເລື່ອນໄປໃສ່ມື້ໃໝ່ຕາມຄວາມເໝາະສົມ); ວຽກງານ ຫັນການຈຳໜ່າຍເລກ 3 ໂຕ 2 ໂຕ ແບບຈົດຂາຍມາເປັນແບບທັນສະໄໝສຳເລັດໃນຂອບເຂດທົ່ວປະເທດ; ວຽກງານການໂຄສະນາເພື່ອແກ້ໄຂບັນຫາຄວາມສົນໃຈ ແລະສ້າງຄວາມເຊື່ອໝັ້ນຂອງສັງຄົມ ທັງເປັນການຢັ້ງ ຢືນສະແດງເຖິງຄວາມບໍລິສຸດ ແລະໂປ່ງໃສໃນການອອກເລກລາງວັນ ບໍລິສັດລັດວິສາຫະກິດຫວຍພັດທະນາ ກໍໄດ້ສົມທົບກັບໂທລະພາບແຫ່ງຊາດລາວ ຈັດຕັ້ງການຖ່າຍທອດສົດການອອກເລກລາງວັນທາງໂທລະພາບ ທຸກໆຄັ້ງໃຫ້ມວນຊົນໄດ້ເບິ່ງ ແລະຕິດຕາມພາບການອອກເລກລາງວັນຕົວຈິງ ຈຶ່ງເຮັດໃຫ້ສັງຄົມມີຄວາມສະຫງົບ ປົກກະຕິ. ມີຜະລິດຕະພັນຫວຍອອກຈຳໜ່າຍ ປະກອບມີເລກ 4 ໂຕ ແບບອ່ອນລາຍ ເລກ 3 ໂຕ 2 ໂຕ ແບບອ່ອນລາຍທີ່ຈຳໜ່າຍດ້ວຍເຄື່ອງເອເລັກໂຕຼນິກແບບທັນສະໄໝ ຈຳໜ່າຍທາງໂທລະສັບມືຖືແບບ SMS ຫວຍຕຳລາຝັນ 3/40 ມີຫວຍທວາຍຜົນເຕະບານ ແລະຫວຍຂູດ ຊຶ່ງແຕ່ລະຜະລິດຕະພັນຫວຍແມ່ນໄດ້ຮັບ ການຍອມຮັບຈາກສັງຄົມເປັນຢ່າງດີ. ຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວທຸລະກິດໃນປີ 2016 ສະແດງອອກ ທາງດ້ານການເງິນຄື: ລວມຍອດຕົວເລກລາຍຮັບປະຕິບັດໄດ້ 14202 ຕື້ກວ່າກີບ ເທົ່າກັບ 13005% ຂອງແຜນການ ດ້ານພັນທະງົບປະມານໃຫ້ລັດຕາມລະບຽບການ ເທົ່າກັບ 8423 ຕື້ກ່ວາກີບ ຫລືເທົ່າກັບ 13146% ຂອງແຜນການ. ຄຽງຄູ່ກັບການເອົາໃຈໃສ່ໃນການເຄື່ອນໄຫວທຸລະກິດແລ້ວ ບໍລິສັດລັດວິສາຫະກິດຫວຍພັດທະນາ ກໍຍັງ ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫລືອສັງຄົມໂດຍຕະຫລອດ ລວມມູນຄ່າຫລາຍຮ້ອຍລ້ານກີບ. ຈາກຜົນງານຄືດັ່ງກ່າວ ສະແດງໃຫ້ເຫັນເຖິງການດຳເນີນທຸລະກິດຫວຍພັດທະນາ ມີການເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເທື່ອລະກ້າວ ແລະຜົນງານທີ່ຍາດມາໄດ້ ແມ່ນຍ້ອນມີການຊີ້ນຳນຳພາຂອງຂັ້ນເທິງ ກໍຄືກະຊວງ ການເງິນ ບັນດາທ່ານຄະນະກຳມະການສະພາບໍລິຫານ ຄະນະກຳມະການຄຸ້ມຄອງການອອກເລກລາງວັນ ແລະພາກສ່ວນຕ່າງໆອຳນາດການປົກຄອງທຸກຂັ້ນໃຫ້ຄວາມອູ້ມຊູອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ທຸລະກິດ ບັນດາຕົວແທນຈຳໜ່າຍຫວຍພັດທະນາໄດ້ປະຕິບັດຕາມລະບຽບຫລັກການຂອງການຈັດຕັ້ງວາງອອກ ມີການປະສານງານຮ່ວມກັບກົມວິຊາສະເພາະທີ່ກ່ຽວຂ້ອງຂອງກະຊວງການເງິນ ແລະອົງການກວດສອບແຫ່ງລັດ ຢ່າງເປັນປົກກະຕິຕໍ່ເນ່ືອງ ຍ້ອນມີໜ່ວຍພັກຫວຍພັດທະນາ ຄະນະອຳນວຍການ ແລະພະນັກງານ-ກຳມະກອນ 3 ອົງການຈັດຕັ້ງມະຫາຊົນໄດ້ພ້ອມພຽງກັນຈັດຕັ້ງຜັນຂະຫຍາຍທິດທາງແຜນການທີ່ວາງອອກໃຫ້ສຳເລັດ. ສຳລັບໃນປີ 2017 ບໍລິສັດລັດວິສາຫະກິດຫວຍພັດທະນາ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດແຜນການ ດຳເນີນທຸລະກິດໃຫ້ໄດ້ຕາມແຜນການ ແລະລື່ນແຜນການທີ່ສະພາບໍລິຫານໄດ້ວາງໄວ້.

ຂຽນໂດຍທ່ານ admin
ເຜີຍແຜ່ວັນທີ່[2017-04-06 13:56:28]