Akat Micro Finance ໂປຣແກຣມສຳລັບຄຸ້ມຄອງລະບົບບັນຊີສະຖາບັນການເງິນຈຸລະພາກ

Akat Micro Finance ໂປຣແກຣມສຳລັບຄຸ້ມຄອງລະບົບບັນຊີສະຖາບັນການເງິນຈຸລະພາກ

AKAT Micro Finance ແມ່ນຜະລິດຕະພັນໂປແກມທາງດ້ານທະນາ ຄານປະເພດໜຶ່ງທີ່ຖືກອອກແບບ ແລະ ພັດນາຂຶ້ນ ມາເພື່ອຮັບໃຊ້ວຽກງານທາງດ້ານການເງິນສາມາດ ຮອງຮັບ ສະຖາບັນການເງິນຈຸລະພາກຂະໜາດ ນ້ອຍຈົນເຖິງຂະໜາດໃຫຍ່ ລວມທັງຮອງຮັບລະ ບົບເຊົ່າສິນເຊື່ອ (Leasing).
• ລະບົບເປັນ Core banking ທີມີຄວາມສາມາດ ສູງ ປະກອບດ້ວຍລະບົບຖານຂໍ້ມູນ ແລະ ເຊີວິສ ແອບປິເຄຊັນເຮັດວຽກເທິງລະບົບປະຕິບັດ ການໃນ windows Operating System ແລະ ລະບົບສາມາດເຂົ້າຫາໄດ້ຈາກຫຼາຍແພັຣດ ຟອມເຊັ່ນ: ແອັບທີສ້າງຈາກ Window Linux Android ແລະອື່ນໆ ຊຶ່ງມີເວັບເຊີວິສເປັນຕົວກາງ ປະສານງານ.
• ລະບົບ ຖືກອອກແບບສ້າງຂຶ້ນມາໃຫ້ມີໂຄງສ້າງແລະ ການໃຊ້ງານທີງ່າຍດາຍສາມາດຮຽນຮູ້ ແລະ ນຳໃຊ້ ເປັນໄວ.
• ລະບົບ ແມ່ນໄດ້ຖືກສ້າງຂຶ້ນ ແລະ ພັດທະນາມາຈາກ ຄົນລາວ 100% ທີ່ປະຈຳຢູ່ສປປລາວ ເພື່ອຄ່ອຍຮັບ ໃຊ້ຕະຫຼອດເວລາຖ້າມີບັນຫາເກີດຂຶ້ນ ແລະ ສາມາດ ພັດທະນາເພີ້ມເຕີມເພື່ອໃຫ້ແຖດເໝາະກັບສະພາບ ຄວາມເປັນຈິ່ງຂອງບ້ານເຮົາ ໂດຍຢູ່ພາຍໃຕ້ຂໍ້ກຳນົດ ແລະ ກົດລະບຽບຂອງທະນາຄານກາງແຫ່ງສປປລາວ ວາງອອກແຕ່ລະໄລຍະ.
• ລະບົບ ໄດ້ຖືກອອກແບບ ແລະ ຂຽນຂຶ້ນມາດ້ວຍ ເຄື່ອງມືທີ່ທັນສະໃໝ ແລະ ມີປະສິດທິພາບສູງ. ສາມາດທໍາງານໄດ້ທັງແບບເຄື່ອງດຽວ ແລະ ແບບເນັດ ເວີກ ທັງສາມາດຕັ້້ງສາຂາໄດ້ທຸກບ່ອນທີເປັນ Online. ເຊິ່ງລະບົບແມ່ນສາ ມາດດັດປັບໃຫ້ເຂົ້າກັບຂະໜາດ ຂອງການນຳ ໃຊ້ໄດ້ຖ້າເປັນສະຖາບັນການເງິນນ້ອຍ ອາດຈະນຳໃຊ້ແຕ່ຄອມໜ່ວຍດ່ຽວ ແລະ ຖ້າເປັນສະ ຖາບັນ ການເງິນຂະໜາດກາງຫາໃຫຍ່ແມ່ນໃຊ້ເປັນ ລະບົບເຄືອຄ່າຍແບບຫຼາຍໜ່ວຍພ້ອມກັນເຊິ່ງຈະ ເຮັດໃຫ້ວຽກມີຄວາມຮັດກຸມ ແລະ ສະດວກຂຶ້ນ.
• ລະບົບລາຍງານຂອງໂປຼແກຼມ ລະບົບລາຍງານ ແມ່ນສ້າງຂຶ້ນມາດ້ວຍລະບົບເອງໂດຍອີງໃສ່ຄວາມ ຮຽກຮ້ອງຕ້ອງການ ແລະ ນະໂຍບາຍຂອງສະຖາບັນ ການເງິນຕ່າງໆ ບົນພຶ້ນຖານພາຍໃຕ້ຂໍ້ກຳນົດຂອງ ທາງທະນາຄານກາງວາງອອກ ແລະ ພາກສ່ວນທີ່ກ່ຽວ ຂ້ອງເພື່ອໃຫ້ແຖດເໝາະກັບຄວາມຕ້ອງການຂອງແຕ່ລະສະຖາບັນ ແລະ ໜ່ວຍງານອົງການຈັດຕັ້ງທີ່ຮັບ ຜິດຊອບໃນການຄຸ້ມຄອງ. ເຊິ່ງເຮົາມີທາງເລືອກໃນ ການເບິ່ງບົດລາຍງານແຕ່ລະຂອດວຽກງານ ຫຼາຍກວ່າ 30 ທາງເລືອກຂຶ້ນໄປ.
• ການຄຸ້ມຄອງຖານຂໍ້ມູນ ແລະ ການບໍລິຫານຂໍ້ມູນ ຂອງລູກຄ້າ: ທຸກລະບົບເງິນຝາກ ແລະ ເງິນກູ້ແມ່ນ ຖືກວາງຂອບ ແລະ ລະບຽບການຜ່ານຜະລິດຕະພັນ ທີ່ມີຄວາມຍືດຍູນ ແລະ ຮັດກຸມລວມທັງສະດວກສະ ບາຍສູງສຸດໃນການໃຊ້ງານ.
• ລະບົບແມ່ນປະກອບດ້ວຍ:
1. ບັນຊີເງິນຝາກກະແສລາຍວັນ
2. ບັນຊີເງິນຝາກປະຢັດ
3. ບັນຊີເງິນຝາກເພື່ອຊຳລະເງິນກູ້ (ເງິນຝາກພັນທະ)
4. ບັນຊີເງິນຝາກປະຈຳ( 36122436 ເດືອນ.....)
5. ບັນຊີເງິນກູ້
6. ບັນຊີສິນເຊື່ອເງິນກູ້ OD ( Overdraft )
7. ລະບົບການເບີກດອກເບ້ຍລ່ວງໜ້າ
8. ບັນຊີເງິນຫຸ້ນ
9. ບັນຊີຊຳລະສະສາງປົກກະຕິ
ເຊິ່ງເຊື່ອມຕໍ່ເຂົ້າຫາຂໍ້ມູນໃນບັນຊີແຍກປະເພດ General Ledger (GL) ແລະ ເຊື່ອມຕໍ່ຫາຖານ ຂໍ້ມູນຂອງລູກຄ້າ ສະມາຊິກ ກຸ່ມ ບຸກຄົນ ນິຕິບຸກ ຄົນ ຜູ້ຄ້ຳປະກັນ ແລະ ຜູ້ລົງນາມບໍ່ວ່າຈະມີຄວາມ ກ່ຽວຂ້ອງໂດຍທາງກົງຫຼືທາງອ້ອມຕໍ່ກັບບັນຊີໃດໜຶ່ງກໍ່ຕາມ
ຜະລິດຕະພັນເງິນຝາກ
- ສາມາດໂອນເງິນຜ່ານບັນຊີຫາບັນຊີອື່ນໄດ້
- ສາມາດຝາກເງິນເຂົ້າຜ່ານລະບົບໂທລະສັບມືຖື ທາງ ATM Mobile Banking .
- ສຳລັບບັນຊີເງິນຝາກມີກຳນົດໄລຍະຍາວສາ ມາດ ຕັ້ງໃຫ້ຈ່າຍດອກເບ້ຍກ່ອນລ່ວງໜ້າໄດ ້ແລະ ສາມາດຕັ້ງການຈ່າຍດອກເບ້ຍເປັນ ເດືອນ ເປັນງວດ ຕາມຄວາມຕ້ອງການຂອງລູກຄ້າ ຫຼື ສະຖາບັນໄດ້
- ສາມາດພິມລາຍການ Bank Statement
- ສາມາດພິມປຶ້ມ Passbook ໄດ້ຕາມຂະໜາດ ຕ້ອງການ
- ສາມາດພິມລາຍການດອກເບ້ຍລ່ວງໜ້າ ໃຫ້ ລູກຄ້າ.
ຜະລິດຕະພັນເງິນກູ້
ການເບີກຈ່າຍເງິນກູ້ສາມາດຈ່າຍເປັນເງິນສົດ ຫຼື ໂອນເຂົ້າບັນຊີເງິນຝາກຂອງລູກຄ້າໄດ້ໂດຍອັດຕະໂນມັດ
ສາມາດຕັ້ງຊຳລະເງິນຜ່ານບັນຊີເງິນຝາກ ເງິນສົດ ແລະ ໂທລະສັບມືຖື App smart phone
ສາມາດຕັ້ງຊຳລະດອກເບ້ຍແບບສະເໜີ ຫຼືລຸດລົງ ຕາມຄວາມຕ້ອງການຂອງລູກຄ້າ ແລະ ສະຖາບັນ
ສາມາດຕັ້ງຊຳລະເປັນມື້ ເປັນອາທິດ ເປັນເດືອນ ເປັນງວດໄດ້ຕາມຄວາມຕ້ອງການຂອງສະຖາບັນ.
ສາມາດນຳໃຊ້ເຄື່ອງໄອແພັດລົງເກັບເງິນແລ້ວໃຫ້ ຂໍ້ມູນລິ້ງມາຫາຖານຂໍ້ມູນສະຖາບັນໄດ້ເລີຍໂດຍນຳ ໃຊ້ລະບົບ 3G ຫຼື 4G ເພື່ອງ່າຍ ແລະ ສະດວກໃນ ການຕິດຕາມການຊຳລະກັບ ພະນັກງານສິນເຊື່ອລົງ ເກັບ ໂດຍບໍ່ຕ້ອງລໍຖ້າພະນັກງານເຂົ້າມາຫ້ອງການ ກໍ່ສາມາດຮູ້ຂໍ້ມູນການຊຳລະຂອງແຕ່ລະລູກຄ້າ.
ສາມາດຕັ້ງການຊຳລະເງິນກູ້ໃນທ້າຍເດືອນເປັນ ແບບໂອໂຕໂດຍຕັດຜ່ານບັນຊີເງິນຝາກຂອງລູກຄ້າ ເພື່ອຊ່ວຍລຸດຜ່ອນການປ້ອນຂໍ້ມູນເຂົ້າ.
ມີລະບົບການອະນຸມັດການເບີກຈ່າຍ ການຊຳ ລະເງິນກູ້ຢ່າງຫັດກຸມໂດຍຫຼາຍຂັ້ນຕອນຂອງການ ອະນຸມັດເພື່ອປົກປອງລູກຄ້າເງິນກູ້ ແລະ ຄວາມຖືກ ຕ້ອງຂອງຂໍ້ມູນ.
ບັນຊີສິນເຊື່ອເງິນກູ້ OD ( Overdraft ) ເຊິ່ງ ເປັນ ຜະລິດຕະພັນ ເງິນກູ້ໜຶ່ງທີ່ເປັນທາງເລືອກສຳລັບ ວົງເງິນກູ້ຈຳນວນຫຼາຍທີ່ລູກຄ້າສາມາດ ເລືອກຖອນ ອອກໄປໃຊ້ຈຳນວນໜຶ່ງຂອງສັນຍາໂດຍການຄິດໄລ່ ດອກເບ້ຍຈະຄິດໄລ່ແຕ່ຈຳນວນເງິນທີ່ຖອນອອກໄປ ໃຊ້ເທົ່ານັ້ນການຄິດໄລ່ຄ່າທຳນຽມແມ່ນອີງໃສ່ນະ ໂຍບາຍຂອງ ແຕ່ລະສະຖາບັນການເງິນ ກຳນົດ
ການຊຳລະເງິນກູ້ຍັງສາມາດ ໃຊ້ລະບົບສົ່ງຂໍ້ ຄວາມ SMS Email ເພື່ອແຈ້ງເຕືອນກ່ອນລວງໜ້າເພື່ອ ກັນລືມໃນການມາຊໍາລະເງິນແຕ່ລະງວດ.

Akat Restaurant ໂປຣແກຣມ ຮ້ານອາຫານ

Payroll